ຂັ້ນຕອນທີ່ 1 : ເຂົ້າຫາລະບົບລົງທະບຽນ
- ທ່ານສາມາດເຂົ້າຫາລະບົບລົງທະບຽນໄດ້ໂດຍການເຂົ້າຫາເວັບໄຊ entrance.nuol.edu.la ຫຼື ສະແກນບາໂຄດລຸ່ມນີ້:
- ເມື່ອເຂົ້າແລ້ວຈະເຫັນຫນ້າຕາຕາມຮູບດ້ານລຸ່ມ
- ເວັບໄຊນີ້ຈະສະຫນອງຂໍ້ມູນທີ່ຈຳເປັນໃນການສະຫນັກເຂົ້າເສັງ ເປັນຕົ້ນແມ່ນ ຫລັກສູດທີ່ເປີດສອນ, ເອກະສານທີ່ຕ້ອງກະກຽມໃນການສະຫມັກ, ກົດລະບຽບ ແລະ ວິທີກາຄຳຕອບ.
- ກົດໃສ່ ປຸ່ມລົງທະບຽນ
- ທ່ານຈະເຫັນຫນ້າຕາຕາມຮູບດ້ານລຸ່ມ
ຂັ້ນຕອນທີ່ 2 : ປ້ອນຂໍ້ມູນສະຫມັກ
ຂໍ້ມູນສະຫມັກ ແມ່ນຂໍ້ມູນຂອງຜູ້ສະຫມັກ ໃນນັ້ນໄດ້ແບ່ງອອກເປັນສອງສ່ວນຄື ຂໍ້ມູນທົວໄປຂອງຜູ້ສະຫມັກ ແລະ ຂໍ້ມູນຫລັກສູດທີ່ຈະສະຫມັກ. ຂໍ້ມູນທົວໄປຂອງຜູ້ສະຫມັກ ແມ່ນຂໍ້ມູນສ່ວນຕົວຂອງຜູ້ສະຫມັກແຕ່ລະບຸກຄົນ ເປັນຕົ້ນແມ່ນ ຊື່, ນາມສະກຸນ, ວັນເດືອນປິເກີດ, ບ້ານເກີດ ແລະ ຮຽນຈົບມັດທະຍົມຈາກໂຮງຮຽນໃດ. ສ່ວນຂໍ້ມູນຫລັກສູດທີ່ຈະສະຫມັກ ແມ່ນຂໍ້ມູນທີ່ຜູ້ສະຫມັກເລືອກສະຫມັກ ຕົວຢ່າງ ລະດັບປະລິນຍາ, ກຸ່ມຫຼັກສູດ, ຄະນະວິຊາ ແລະ ສາຂາວິຊາ. ຂັ້ນຕອນການປ້ອນຂໍ້ມູນລະອຽດແມ່ນມີດັ້ງນີ້:
- ກົດໃສ່ປຸ່ມ ສະຫມັກ ແລ້ວທ່ານຈະເຫັນແບບຟອມຕາມຮູບດ້ານລຸ່ມ
- ປ້ອນຂໍ້ມູນ ຂໍ້ມູນທົວໄປຂອງຜູ້ສະຫມັກ ແລະ ຂໍ້ມູນຫລັກສູດທີ່ຈະສະຫມັກໃຫ້ຖືກຕ້ອງຕາມຂໍ້ມູນຂອງຜູ້ສະຫມັກ
- ຜູ້ສະໝັກສອບເສັງສາມາດເລືອກສາຂາວິຊາຮຽນລະດັບປະລິນຍາຕີໄດ້ 2 ສາຂາ ຄື: ຕົ້ນຕໍ ແລະ ສໍາຮອງ ຊຶ່ງນັກສຶກສາສາມາດເລືອກຂ້າມກຸ່ມໄດ້ດັ່ງນີ້:
- ຖ້າຜູ້ສອບເສັງເລືອກສະໝັກສອບເສັງສາຂາຕົ້ນຕໍກຸ່ມ A, ສາຂາສໍາຮອງເລືອກວິຊາຮຽນໃນກຸ່ມ A ຫຼື B ຫຼື C ໄດ້;
- ຖ້າຜູ້ສອບເສັງເລືອກສະໝັກສອບເສັງສາຂາຕົ້ນຕໍກຸ່ມ B, ສາຂາສໍາຮອງເລືອກວິຊາຮຽນໄດ້ໃນກຸ່ມ B ເທົ່ານັ້ນ;
- ຖ້າຜູ້ສອບເສັງເລືອກສະໝັກສອບເສັງສາຂາຕົ້ນຕໍກຸ່ມ C, ສາຂາສໍາຮອງເລືອກວິຊາຮຽນໃນກຸ່ມ B ຫຼື ກຸ່ມ C ໄດ້, ແຕ່ບໍ່ອະນຸຍາດໃຫ້ເລືອກວິຊາຮຽນໃນກຸ່ມ A.
ໝາຍເຫດ: ໃນກໍລະນີທີ່ຜູ້ສອບເສັງຕ້ອງການຮຽນລະດັບອະນຸປະລິນຍາໃນກໍລະນີທີ່ສອບເສັງບໍ່ຕິດລະດັບປະລິນຍາຕີ ແມ່ນສາມາດເລືອກໄດ້ 1 ສາຂາ, ໂດຍຜູ້ສະໝັກເສັງທັງກຸ່ມ A, B ແລະ ກຸ່ມ C ມີສິດເລືອກໄດ້.
-
ຫຼັງຈາກເລືອກຫຼັກສູດຕົ້ນຕໍແລ້ວກົດປຸ່ມ Add
-
ຈາກນັ້ນເລືອກຫຼັກສູດສຳຮອງແລ້ວກົດປຸ່ມ Add
-
ຫລັງຈາກສຳເລັດແລ້ວ ໃຫ້ປ້ອນລະຫັດກວດສອບໃຫ້ຖືກຕ້ອງ
- ແລ້ວກົດປຸ່ມ ສະຫມັກ
- ເມື່ອຂໍ້ມູນທຸກຢ່າງຖືກຕ້ອງ ແລະ ສົມບູນ ທ່ານຈະເຫັນຂໍ້ຄວາມ ແລະ ຫນ້າຕາ່ງຕາມຮູບດ້ານລຸ່ມ
- ຖ້າເຫັນຫນ້າຕາດ້ານລຸ່ມ ສະແດງວ່າທ່ານໄດ້ສຳເລັດການປ້ອນຂໍ້ມູນ
-
ຫມາຍເຫດ: ທ່ານຈະຕ້ອງໄດ້ນຳຈື່ຈຳຕົວເລກຜູ້ສະຫມັກໄວ້ເພື່ອໃຊ້ໃນຂັ້ນຕອນຕໍ້ໄປ
ຂັ້ນຕອນທີ່ 3 : ກວດສອບເອກະສານ ແລະ ຮັບໃບເຂົ້າຫ້ອງເສັງ
ຫຼັງຈາກທີ່ເຮົາປ້ອນຂໍມູນອອນລາຍ ແລະ ໄດ້ລະຫັດລົງທະບຽນມາແລ້ວໃຫ້ນຳເອົາລະຫັດ ແລະ ເອກະສານປະກອບໄປຢື່ນເອົາບັດເຂົ້້າຫ້ອງສອບເສັງຢູ່ທີ່ສະໂມສອນໃຫ່ຍ ວິທະຍາເຂດດົງໂດກມະຫາວິທະຍາ ໄລແຫ່ງຊາດ ເຊີ່ງຜຸ້ສະໝັກຈະຕ້ອງໄດ້ກະກຽມເງິນຄ່າທຳນຽມລົງທະບຽນ ຈຳນວນ 40,000 ກີບ ແລະ ເອກະສານປະກອບການລົງທະບຽນ ດັ່ງນີ້:
- ສຳລັບນັກສອບເສັງທີ່ຈົບກ່ອນສົກຮຽນ 2017-18:
- ສຳເນົາໃບປະກາສະນີຍະບັດຈົບມັດທະຍົມຕອນປາຍທີ່ອອກໃຫ້ໂດຍກະຊວງສຶກສາທິການ ແລະ ກິລາ ຈຳນວນ 1 ສະບັບ ພ້ອມສະບັບເດີມມາຢັ້ງຢືນ
- ຮູບຂະໜາດ 3x4 ຈຳນວນ 2 ແຜ່ນ (ບໍ່ໃຫ້ກາຍ 3 ເດືອນ).
- ສຳເນົາປຶ້ມສຳມະໂນຄົວ ຫຼື ສໍາເນົາບັດປະຈໍາຕົວ 1 ຊຸດ ແລະ ເອົາສະບັບເດີມທີ່ມີກາແດງມາຢັ້ງຢືນ.
- ສຳລັບນັກສອບເສັງທີ່ຈົບສົກຮຽນ 2017-18:
- ສຳເນົາບັດເຂົ້າຫ້ອງສອບເສັງຈົບມັດທະຍົມຕອນປາຍພ້ອມສະບັບເດີມມາຢັ້ງຢືນ
- ຮູບຂະໜາດ 3x4 ຈຳນວນ 2 ແຜ່ນ (ໃຫ້ເອົາຮູບດຽວກັນກັບທີ່ໃຊ້ຕິດບັດເຂົ້າສອບເສັງ ມ.7).
- ສຳເນົາປຶ້ມສຳມະໂນຄົວ ຫຼື ສໍາເນົາບັດປະຈໍາຕົວ 1 ຊຸດ ແລະ ເອົາສະບັບເດີມທີ່ມີກາແດງມາຢັ້ງຢືນ.
- ສຳລັບພະນັກງານ:
- ສຳເນົາໃບປະກາສະນີຍະບັດຈົບມັດທະຍົມຕອນປາຍທີ່ອອກໃຫ້ໂດຍກະຊວງສຶກສາທິການ ແລະ ກິລາ ຈຳນວນ 1 ສະບັບ ພ້ອມສະບັບເດີມມາຢັ້ງຢືນ
- ຮູບຂະໜາດ 3x4 ຈຳນວນ 2 ແຜ່ນ (ບໍ່ໃຫ້ກາຍ 3 ເດືອນ).
- ສຳເນົາປຶ້ມສຳມະໂນຄົວ ຫຼື ສໍາເນົາບັດປະຈໍາຕົວ 1 ຊຸດ ແລະ ເອົາສະບັບເດີມທີ່ມີກາແດງມາຢັ້ງຢືນ.
- ໃບອະນຸຍາດຈາກພາກສ່ວນກ່ຽວຂ້ອງ 1 ສະບັບ (ກໍລະນີເປັນພະນັກງານ).
ຂັ້ນຕອນການດັດແກ້
ໝາຍເຫດ: ທ່ານສາມາດແກ້ໄຂຂໍ້ມູນໄດ້ຈົນກວ່າຈະເຖິງວັນມາຢືນເອກະສານລົງທະບຽນທີ່ມະຫາວິທະຍາໄລແຫ່ງຊາດ, ຖ້າຫາກໄດ້ມີການຢັ້ງຢືນຈາກພະນັກງານກວດເອກະສານແລ້ວແມ່ນຈະບໍ່ມີສິດແກ້ໄຂອີກ
- ທ່ານສາມາດເຂົ້າຫາລະບົບລົງທະບຽນໄດ້ໂດຍການເຂົ້າຫາເວັບໄຊ entrance.nuol.edu.la
- ກົດໃສ່ປຸ່ມລົງທະບຽນ
- ທ່ານຈະເຫັນຫນ້າຕາຕາມຮູບດ້ານລຸ່ມ ແລ້ວ ກົດໃສ່ປຸ່ມ Apply ເລືອກ ໃບສະໝັກ
- ໃຫ້ປ້ອນລະຫັດທີ່ໄດ້ຮັບຈາກການລົງທະບຽນ, ວັນເດືອນປີເກີດ ແລະ ລະຫັດກວດສອບໃຫ້ຖືກຕ້ອງ ແລ້ວ ກົດໃສ່ປຸ່ມ ເປີດຟອມ
- ທ່ານຈະເຫັນໜ້າຈໍດ້ານລຸ່ມ
- ກົດໃສ່ປຸ່ມ Edit, ທ່ານຈະເຫັນໜ້າຈໍດ້ານລຸ່ມ
ທ່ານສາມາດແກ້ໄຂຂໍ້ມູນທີ່ຕ້ອງການປ່ຽນແປງໃນແບບຟອມ, ພາຍຫຼັງສຳເລັດການແກ້ໄຂຂໍ້ມູນໃຫ້ກົດໃສ່ປຸ່ມ ສະໝັກເປັນອັນສຳເລັດການແກ້ໄຂຂໍ້ມູນ