ຄໍາຖາມທີ່ຖືກຖາມເປັນປະຈໍາ
vpn_keyລົງທະບຽນມື້ໃດ ?keyboard_arrow_up
- ລົງທະບຽນອອນລາຍເລີມວັນທີ 16/7/2026
- ຮັບເອກະສານ ແລະ ອອກບັດເຂົ້າຫ້ອງເສັງ ວັນທີ 23/7/18 ຫາວັນທີ 22/8/2025
ຄ່າລົງທະບຽນເທົ່າໃດ?keyboard_arrow_up
ຄ່າທຳນຽມລົງທະບຽນແມ່ນ 40,000 ກີບ
gamesຕ້ອງກະກຽມເອກະສານຫຍັງແດ່?keyboard_arrow_up
ສຳລັບນັກສອບເສັງທີ່ຈົບກ່ອນສົກຮຽນ 2017-18:
1. ສຳເນົາໃບປະກາສະນີຍະບັດຈົບມັດທະຍົມຕອນປາຍທີ່ອອກໃຫ້ໂດຍກະຊວງສຶກສາທິການ ແລະ ກິລາ ຈຳນວນ 1 ສະບັບ ພ້ອມສະບັບເດີມມາຢັ້ງຢືນ
2. ຮູບຂະໜາດ 3x4 ຈຳນວນ 2 ແຜ່ນ (ຮູບຖ່າຍໃຫມ່ບໍ່ໃຫ້ກາຍ 3 ເດືອນ).
3. ສຳເນົາປຶ້ມສຳມະໂນຄົວ ຫຼື ສໍາເນົາບັດປະຈໍາຕົວ 1 ຊຸດ ແລະ ເອົາສະບັບເດີມທີ່ມີກາແດງມາຢັ້ງຢືນ.
ສຳລັບຜູ້ສະໝັກທີ່ຈົບໃນສົກຮຽນ 2017-18:
1. ສຳເນົາບັດເຂົ້າຫ້ອງສອບເສັງຈົບມັດທະຍົມຕອນປາຍພ້ອມສະບັບເດີມມາຢັ້ງຢືນ
2. ຮູບຂະໜາດ 3x4 ຈຳນວນ 2 ແຜ່ນ (ໃຫ້ເອົາຮູບດຽວກັນກັບທີ່ໃຊ້ຕິດບັດເຂົ້າສອບເສັງ ມ.7).
3. ສຳເນົາປຶ້ມສຳມະໂນຄົວ ຫຼື ສໍາເນົາບັດປະຈໍາຕົວ 1 ຊຸດ ແລະ ເອົາສະບັບເດີມທີ່ມີກາແດງມາຢັ້ງຢືນ.
ສຳລັບຜູ້ສະໝັກທີ່ເປັນພະນັກງານ:
1. ສຳເນົາໃບປະກາສະນີຍະບັດຈົບມັດທະຍົມຕອນປາຍທີ່ອອກໃຫ້ໂດຍກະຊວງສຶກສາທິການ ແລະ ກິລາ ຈຳນວນ 1 ສະບັບ ພ້ອມສະບັບເດີມມາຢັ້ງຢືນ
2. ຮູບຂະໜາດ 3x4 ຈຳນວນ 2 ແຜ່ນ (ຮູບຖ່າຍໃຫມ່ບໍ່ໃຫ້ກາຍ 3 ເດືອນ).
3. ສຳເນົາປຶ້ມສຳມະໂນຄົວ ຫຼື ສໍາເນົາບັດປະຈໍາຕົວ 1 ຊຸດ ແລະ ເອົາສະບັບເດີມທີ່ມີກາແດງມາຢັ້ງຢືນ.
4. ໃບອະນຸຍາດຈາກພາກສ່ວນກ່ຽວຂ້ອງ 1 ສະບັບ
ມີຫຼັກສູດຫຍັງແດ່ ?keyboard_arrow_up
ເບີ່ງຫລັກສູດເພີ່ມເຕີມໄດ້ຕາມລິ້ງທາງລຸ່ມ
http://entrance.nuol.edu.la/index.php/ຫລັກສູດແຕ່ລະກຸ່ມ
ຕ້ອງໄດ້ໃຊ້ຮູບບໍ່ ?keyboard_arrow_up
ສຳລັບນັກສອບເສັງທີ່ຈົບກ່ອນສົກຮຽນ 2017-18: ໃຊ້ຮູບຂະໜາດ 3x4 ຈຳນວນ 2 ແຜ່ນ (ຮູບຖ່າຍໃຫມ່ບໍ່ໃຫ້ກາຍ 3 ເດືອນ).
ສຳລັບຜູ້ສະໝັກທີ່ຈົບໃນສົກຮຽນ 2017-18:
ໃຊ້ຮູບຂະໜາດ 3x4 ຈຳນວນ 2 ແຜ່ນ (ໃຫ້ເອົາຮູບດຽວກັນກັບທີ່ໃຊ້ຕິດບັດເຂົ້າສອບເສັງ ມ.7).
ສຳລັບຜູ້ສະໝັກທີ່ເປັນພະນັກງານ: ໃຊ້ຮູບຂະໜາດ 3x4 ຈຳນວນ 2 ແຜ່ນ (ຮູບຖ່າຍໃຫມ່ບໍ່ໃຫ້ກາຍ 3 ເດືອນ).
ສອບເສັງວັນທີໃດ ?keyboard_arrow_up
ມື້ສອບເສັງແມ່ນວັນທີ 25/8/2025
ວິທີສະໝັກອອນລາຍ ສະໝັກແນວໃດ ?keyboard_arrow_up
http://entrance.nuol.edu.la/index.php/%E0%BA%A7%E0%BA%B4%E0%BA%97%E0%BA%B5%E0%BA%AA%E0%BA%B0%E0%BB%9D%E0%BA%B1%E0%BA%81
ວິທີສະໝັກມີວິທີໃດແດ່?keyboard_arrow_up
ມີ 2 ຊ່ອງທາງ ຄື:
1.ສະໝັກຜ່ານເວັບໄຊ ແລ້ວມາຍື່ນເອົາບັດເຂົ້າຫ້ອງເສັງ
2.ເຂົ້າມາສະໝັກຢູ່ທີສະໂມສອນໃຫ່ຍ ມຊ ເລີ່ມແຕ່ວັນທີ 23/7/18-22/8/18
ລະບົບເປັນຫຍັງຍັງບໍ່ສາມາດກົດລົງທະບຽນໄດ້ ?keyboard_arrow_up
ລະບົບເລີ່ມເປີດວັນທີ 16/7/18-22/8/18
ແຕ່ລະກຸ່ມສອບເສັງວິຊາໃດແດ່? keyboard_arrow_up
1. ກຸ່ມ A ແມ່ນສາຍທໍາມະຊາດ ຈະສອບເສັງ 2 ຫົວບົດດັ່ງນີ້:
ຕອນເຊົ້າ ສອບເສັງຫົວບົດ ວິຊາຄະນິດສາດ A+ (ພາສາລາວ-ວັນນະຄະດີ) ຈໍານວນ 40 ຂໍ້, ເວລາ 120ນາທີ, ເລີ້ມ 09:00ມ-11:00ມ ຕອນບ່າຍ ສອບເສັງຫົວບົດ (ວິຊາຟີຊິກສາດ+ເຄມີສາດ+ຊີວະສາດ) ຈໍານວນ 40 ຂໍ້, ເວລາ 120ນາທີ, ເລີ້ມ 14:00ມ-16:00ມ
2. ກຸ່ມ B ແມ່ນສາຍສັງຄົມ ຈະສອບເສັງ 2 ຫົວບົດດັ່ງນີ້:
ຕອນເຊົ້າ ສອບເສັງຫົວບົດ (ວິຊາພາສາລາວ+ວັນນະຄະດີ+ຄະນິດສາດ B) ຈໍານວນ 40 ຂໍ້, ເວລາ 120ນາທີ, ເລີ້ມ 09:00ມ-11:00ມ ຕອນບ່າຍ ສອບເສັງຫົວບົດ (ວິຊາພູມີສາດ+ປະຫວັດສາດ) ຈໍານວນ 40 ຂໍ້, ເວລາ 90ນາທີ, ເລີ້ມ 14:00ມ-15:30ມ
3. ກຸ່ມ C ແມ່ນກຸ່ມເຄິ່ງສັງຄົມ ແລະ ເຄິ່ງທໍາມະຊາດ ຈະສອບເສັງ 2 ຫົວບົດດັ່ງນີ້:
ຕອນເຊົ້າ ສອບເສັງຫົວບົດ (ຄະນິດສາດ C+ເຄມີສາດ+ຊີວະສາດ) ຈໍານວນ 40 ຂໍ້, ເວລາ 120ນາທີ, ເລີ້ມ 09:00ມ-11:00ມ ຕອນບ່າຍ ສອບເສັງຫົວບົດ (ພູມີສາດ+ປະຫວັດສາດ+(ພາສາລາວ-ວັນນະຄະດີ) ) ຈໍານວນ 40 ຂໍ້, ເວລາ 90ນາທີ, ເລີ້ມ 14:00ມ-15:30ມ