ການສອບເສັງເຂົ້າ ມຊ ການສອບເສັງເຂົ້າ ມຊ
  • ໜ້າຫລັກ
  • ຄະນະ
  • ຫລັກສູດແຕ່ລະກຸ່ມ
  • ວິທີສະໝັກ
  • ວິທີດັດແກ້
  • ລະບຽບ
  • ຂຽນຂໍ້ມູນໃສ່ເຈ້ຍຄຳຕອບ
  • ສະຖິຕິ
  • ຄໍາຖາມ
  • ວີດີໂອ
  • ໜ້າຫລັກ
  • ຄະນະ
  • ຫລັກສູດແຕ່ລະກຸ່ມ
  • ວິທີສະມັກ
  • ວິທີດັດແກ້ຂໍ້ມູນ
  • ລະບຽບ
  • ການຂຽນຂໍ້ມູນໃສ່ເຈ້ຍຄຳຕອບ
  • ສະຖິຕິ
  • ຄໍາຖາມປະຈໍາ
  • ວີດີໂອ

ຄະນະ ແລະ ຫລັກສູດ

ແນະນໍາຄະນະວິຊາ ແລະ ບັນດາຫຼັກສູດປະລິນຍາຕີ, ຕໍ່ເນື່ອງປະລິນຍາຕີ ແລະ ອະນຸປະລິນຍາ ທີ່ໄດ້ຈັດຕັ້ງການຮຽນ-ການສອນ ຢູ່ມະຫາວິທະຍາໄລແຫ່ງຊາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ສ້າງຕັ້ງຂຶ້ນຕາມດໍາລັດນາຍົກລັດຖະມົນຕີສະບັບເລກທີ 50/ນຍ, ລົງວັນທີ 09/06/2026 ແລະ ໄຂສົກຮຽນຢ່າງເປັນທາງການໃນວັນທີ 05 ພະຈິກ 1996. ມຊ ແມ່ນມະຫາວິທະຍາໄລແຫ່ງທໍາອິດຂອງ ສປປ.ລາວ ທີ່ມີຄວາມຄົບຖ້ວນສົມບູນທາງດ້ານວິຊາການມີພະນັກງານ ແລະ ອາຈານສອນທັງໝົດ 1,870 ຄົນ ຍິງ 840 ຄົນ, ປະລິນຍາເອກ 148 ຄົນ ຍິງ 30 ຄົນ, ປະລິນຍາໂທ 858 ຄົນ ຍິງ 317 ຄົນ, ສາດສະດາຈານ 5 ທ່ານ, ຮອງສາດສະດາຈານ 122 ທ່ານ ຍິງ 20 ຄົນ, ມີຊ່ຽວຊານຈາກຕ່າງປະເທດ 59 ທ່ານ ມາຈາກ 9 ປະເທດ, ມີຫຼາກຫຼາຍສາຂາວິຊາຮຽນ ແລະ ໄດ້ເປັນສະມາຊິກມະຫາວິທະຍາໄລໃນເຄື່ອຂ່າຍປະເທດອາຊຽນ (AUN) ແຫ່ງດຽວໃນ ສປປ.ລາວ.

ມະຫາວິທະຍາໄລແຫ່ງຊາດ ໄດ້ກໍານົດພາລະບົດບາດຄືຕ້ອງພັດທະນາມະຫາວິທະຍາໄລໃຫ້ເປັນຜູ້ນໍາໜ້າທາງດ້ານການພັດທະນາບຸກຄະລາກອນເພື່ອຕອບສະໜອງຕາມຄວາມຕ້ອງການຂອງສັງຄົມທີ່ມີຄຸນນະພາບ, ມີຄວາມສາມາດຮອບດ້ານ, ສົ່ງເສີມວຽກງານຄົ້ນຄວ້າວິທະຍາສາດໃຫ້ກ້າວໜ້າທຽບເທົ່າກັບສາກົນ ແລະ ພາກພື້ນ,ໃຫ້ການບໍລິການທີ່ປະທັບໃຈ ແລະ ມີຄຸນນະພາບແກ່ສັງຄົມ ພ້ອມກັນນັ້ນກໍສົ່ງເສີມ ແລະ ປົກປັກຮັກສາທະນຸບໍາລຸງຮີດຄອງປະເພນີອັນດີງາມຂອງລາວເຮົາໄວ້.

ມະຫາວິທະຍາໄລແຫ່ງຊາດ ໄດ້ເຕີບໃຫຍ່ຂະຫຍາຍຂຶ້ນເປັນກ້າວໆ ຊຶ່ງໃນປັດຈຸບັນປະກອບມີ 13 ຄະນະວິຊາ ແລະ ມີຫຼັກສູດປະລິນຍາຕີ ທີ່ໄດ້ດຳເນີນການຮຽນ-ການສອນ ທັງໝົດ 100 ຫຼັກສູດ,ໃນນັ້ນໃຊ້ເວລາຮຽນ 4 ປີ ມີ 98 ຫຼັກສູດ, ໃຊ້ເວລາຮຽນ 5 ປີມີ 1 ຫຼັກສູດ ແລະ ໃຊ້ເວລາຮຽນ 6 ປີມີ 1 ຫຼັກສູດ. ຫຼັກສູດຕໍ່ເນື່ອງປະລິນຍາຕີ ມີ 26 ຫຼັກສູດ ແລະ ຫຼັກ ສູດອະນຸປະລິນຍາ ມີຈໍານວນ 1 ຫຼັກສູດ, ລວມທັງໝົດ 127 ຫຼັກສູດ ແລະໄດ້ຈັດຕັ້ງການຮຽນ-ການສອນຢູ່ແຕ່ລະຄະນະວິຊາ

Filters
List of articles in category ຄະນະ ແລະ ຫລັກສູດ
ຊື່ ວັນທີແກ້ໄຂ
ຄະນະວິທະຍາສາດການກີລາ ແລະ ກາຍະກໍາ (ຄວກ) 09 ກໍລະກົດ 2018
ຄະນະຊັບພະຍາກອນນໍ້າ (ຄຊນ) 09 ກໍລະກົດ 2018
ຄະນະວິທະຍາສາດສັງຄົມ (ຄສຄ) 09 ກໍລະກົດ 2018
ຄະນະ ກະເສດສາດ (ຄກສ) 09 ກໍລະກົດ 2018
ຄະນະ ນິຕິສາດ-ລັດຖະສາດ (ຄນລ) 09 ກໍລະກົດ 2018
ຄະນະ ເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) 09 ກໍລະກົດ 2018
ຄະນະ ສຶກສາສາດ (ຄສສ) 09 ກໍລະກົດ 2018
ຄະນະ ອັກສອນສາດ (ຄອສ) 09 ກໍລະກົດ 2018
ຄະນະ ສະຖາປັດຕະຍະກຳສາດ (ຄສປ) 28 ພຶດສະພາ 2018
ຄະນະ ວິທະຍາສາດປ່າໄມ້ (ຄປມ) 09 ກໍລະກົດ 2018
ຄະນະ ວິສະວະກຳສາດ (ຄວສ) 09 ກໍລະກົດ 2018
ຄະນະວິທະຍາສາດທຳມະຊາດ (ຄວທ) 28 ພຶດສະພາ 2018
ຄະນະວິທະຍາສາດ ສິ່ງແວດລ້ອມ (ຄສວ) 28 ພຶດສະພາ 2018

ຄະນະ ແລະ ຫລັກສູດ

  • ຄະນະວິສະວະກຳສາດ
  • ຄະນະ ກະເສດສາດ
  • ຄະນະວິທະຍາສາດ ສິ່ງແວດລ້ອມ
  • ຄະນະວິທະຍາສາດທຳມະຊາດ
  • ຄະນະ ວິທະຍາສາດປ່າໄມ້
  • ຄະນະ ສະຖາປັດຕະຍະກຳສາດ
  • ຄະນະ ອັກສອນສາດ
  • ຄະນະ ສຶກສາສາດ
  • ຄະນະ ເສດຖະສາດ ແລະ ບໍລິຫານທຸລະກິດ
  • ຄະນະ ນິຕິສາດ-ລັດຖະສາດ
  • ຄະນະວິທະຍາສາດສັງຄົມ
  • ຄະນະຊັບພະຍາກອນນໍ້າ
  • ຄະນະວິທະຍາສາດການກີລາ ແລະ ກາຍະກໍາ

ການສອບເສັງເຂົ້າ ມຊ

ລິຂະສິດ © 2018 entrance.nuol.edu.la. ສະຫງວນລິຂະສິດ. Designed by IT center, NUOL. ສະຫນອງຂໍ້ມູນໂດຍ ຫ້ອງການວິຊາການ, ມະຫາວິທະຍາໄລແຫ່ງຊາດ
ຫ້ອງການວິຊາການ ມຊ
ຫ້ອງ 101, 204-209 ຕຶກອະທິການບໍດີເກົ່າ, ວິທະຍາເຂດ ດົງໂດກ, ເມືອງໄຊທານີ
Phone
+856 20 54452434, 28163931, 56609960, 28163930
Web
http://nuol.edu.la