ຄະນະວິສະວະກຳສາດ (ຄວສ) ຕັ້ງຢູ່ວິທະຍາເຂດໂສກປ່າຫລວງ, ມີອາຄານສະຖານທີ່ກວ້າງຂວາງ ແລະ ເປັນເອກະລາດ, ຫ້ອງຮຽນ, ຫ້ອງທົດລອງ, ຫ້ອງແຕ້ມແບບ, ຫ້ອງຄອມພິວເຕີ, ຫ້ອງອ່ານຄົບຖ້ວນ. ຄວສ ມີພະນັກງານ ແລະ ອາຈານສອນທັງ ໝົດ 242 ຄົນ ຍິງ 69 ຄົນ, ໃນນັ້ນອາຈານສອນທີ່ມີວິຊາສະເພາະລະດັບປະລິນຍາເອກ 35 ຄົນ ຍິງ 6 ຄົນ, ປະລິນຍາໂທ 121 ຄົນ ຍິງ 19 ຄົນ, ຮອງສາດສະດາຈານ 26 ຄົນ ຍິງ 3 ຄົນ ແລະ ມີສາດສະດາຈານ 3 ຄົນ, ມີຫຼັກສູດການຮຽນ-ການສອນຫຼາກຫຼາຍ ຊຶ່ງປັດຈຸບັນມີຫຼັກສູດ ປະລິນຍາຕີຈໍານວນ 14 ສາຂາ ຄື:
| ລ/ດ | ຫຼັກສູດ | ໜ່ວຍກິດ |
| 1 | ວິສະວະກຳ ໂຍທາ | 148 |
| 2 | ວິສະວະກຳ ສິ່ງແວດລ້ອມ | 148 |
| 3 | ວິສະວະກຳ ບໍ່ແຮ່ | 147 |
| 4 | ວິສະວະກຳ ອຸດສາຫະກຳ | 147 |
| 5 | ວິສະວະກຳ ກົນຈັກ | 148 |
| 6 | ວິສະວະກຳ ໄຟຟ້າ | 150 |
| 7 | ວິສະວະກຳ ໄຟຟ້າພະລັງງານນ້າ | 147 |
| 8 | ວິສະວະກຳ ອີເລັກໂຕຣນິກ | 148 |
| 9 | ວິສະວະກຳ ໂທລະຄົມມະນາຄົມ | 148 |
| 10 | ວິສະວະກຳ ຄອມພິວເຕີ | 149 |
| 11 | ເຕັກໂນໂລຊີຂໍ້ມູນຂ່າວສານ | 149 |
| 12 | ວິສະວະກຳຂົນສົ່ງ ແລະພາລາທິການ | 146 |
| 13 | ວິສະວະກຳ ຂົວ-ທາງ | 150 |
| 14 | ວິສະວະກຳ ເຄມີ | 147 |
ແລະ ມີຫຼັກສູດ ຕໍ່ເນື່ອງ ປະລິນຍາຕີ 08 ສາຂາ ຄື:
| ລ/ດ | ຫຼັກສູດ |
| 1 | ວິສະວະກຳ ໂຍທາ |
| 2 | ວິສະວະກຳ ກົນຈັກ |
| 3 | ວິສະວະກຳ ໄຟຟ້າ |
| 4 | ວິສະວະກຳ ອີເລັກໂຕຣນິກ |
| 5 | ວິສະວະກໍາໂທລະຄົມມະນາຄົມ |
| 6 | ວິສະວະກຳ ຄອມພີວເຕີ |
| 7 | ເຕັກໂນໂລຊີຂໍ້ມູນຂ່າວສານ |
| 8 | ຄົມມະນາຄົມ - ຂົ່ນສົ່ງ |
ເມື່ອຮຽນຈົບບັນດາຫຼັກສູດທີ່ໄດ້ກ່າວມາຂ້າງເທິງນີ້ສາມາດໄປສະໝັກເຮັດວຽກນໍາພາກລັດ, ລັດວິສະຫະກິດ, ບໍລິ ສັດເອກະຊົນ ຫຼື ເຮັດທຸລະກິດສ່ວນຕົວໄດ້ ຊຶ່ງໃນປັດຈຸບັນນີ້ສັງຄົມຍັງຕ້ອງການຫຼາຍ, ສ່ວນບຸກຄົນໃດ ຕ້ອງການທີ່ຈະຮຽນຕໍ່ປະລິນຍາໂທ ແລະ ປະລິນຍາເອກ ກໍສາມາດຮຽນຕໍ່ໄດ້ທັງຢູ່ພາຍໃນ ແລະ ຕ່າງປະເທດ.
ລາຍລະອຽດເພີ່ມເຕີມສອບຖາມໄດ້ທີ່ເບີໂທລະສັບໝາຍເລກ: 021 315275 ຫຼື ເຂົ້າໄປອ່ານລາຍລະອຽດໄດ້ທີ່ Website: www.fen.nuol.edu.la