ຄະນະວິທະຍາສາດທຳມະຊາດ (ຄວທ) ຕັ້ງຢູ່ວິທະຍາເຂດດົງໂດກ, ຮຽນລົງເລິກດ້ານວິທະຍາສາດ, ມີອາຄານສະຖານທີ່ກວ້າງຂວາງ ແລະ ເປັນເອກະ ລາດ, ມີຫ້ອງຮຽນ, ຫ້ອງທົດລອງ, ຫ້ອງຄອມພິວເຕີ, ຫ້ອງອ່ານຄົບຖ້ວນ. ຄວທ ມີພະນັກງານ ແລະ ອາຈານສອນທັງໝົດ 131 ຄົນ ຍິງ 55 ຄົນ, ໃນນັ້ນອາຈານສອນທີ່ມີວິຊາສະເພາະລະດັບປະລິນຍາເອກ 14 ຄົນ ຍິງ 4 ຄົນ, ປະລິນຍາໂທ 83 ຄົນ ຍິງ 34 ຄົນ, ຮອງສາດສະດາຈານ 8 ຄົນ ຍິງ 1 ຄົນ, ມີຫຼັກສູດການຮຽນ-ການສອນຫຼາກຫຼາຍຊຶ່ງປັດຈຸບັນມີຫຼັກສູດປະລິນຍາຕີຈໍານວນ 14 ສາຂາ ຄື:
| ລ/ດ | ຫຼັດສູດ | ໜ່ວຍກິດ |
| 1 | ຄະນິດສາດ | 130 |
| 2 | ສະຖິຕິ | 130 |
| 3 | ຄະນິດສາດນຳໃຊ້ສຳລັບເສດຖະ ສາດ ແລະ ບໍລິຫານທຸລະກິດ | 136 |
| 4 | ຟີຊິກສາດ | 135 |
| 5 | ທໍລະນີຟີຊິກນໍາໃຊ້ | 136 |
| 6 | ວັດສະດຸສາດ | 135 |
| 7 | ເຄມີສາດ | 140 |
| 8 | ເຄມີສິ່ງແວດລ້ອມ | 139 |
| 9 | ຊີວະວິທະຍາ | 140 |
| 10 | ເຕັກໂນໂລຊີ ຊີວະພາບ | 136 |
| 11 | ວິທະຍາສາດຄອມພິວເຕີ | 136 |
| 12 | ການພັດທະນາໂປຼແກຼມຄອມພິວເຕີ | 144 |
| 13 | ການພັດທະນາເວບໄຊ | 144 |
| 14 | ຟີຊິກນິວເຄຼຍ | 136 |
ເມື່ອຮຽນຈົບບັນດາຫຼັກສູດທີ່ໄດ້ກ່າວມາຂ້າງເທິງນີ້ສາມາດໄປສະໝັກເຮັດວຽກນໍາພາກລັດ, ລັດວິສະຫະກິດ, ບໍລິສັດເອກະຊົນ ຫຼື ເຮັດທຸລະກິດສ່ວນຕົວໄດ້ ຊຶ່ງໃນປັດຈຸບັນນີ້ສັງຄົມຍັງມີຄວາມຕ້ອງການຫຼາຍ, ສ່ວນບຸກຄົນໃດຕ້ອງການທີ່ຈະຮຽນຕໍ່ປະລິນຍາໂທ ແລະ ປະລິນຍາເອກ ກໍສາມາດຮຽນຕໍ່ໄດ້ທັງຢູ່ພາຍໃນ ແລະ ຕ່າງປະເທດ.
ລາຍລະອຽດເພີ່ມເຕີມສອບຖາມໄດ້ທີ່ເບີໂທລະສັບໝາຍເລກ: 021 770173 ຫຼື ເຂົ້າໄປອ່ານລາຍລະອຽດໄດ້ທີ່ Website: www.fos.nuol.edu.la