ວິທີຊອກສູນສອບເສັງ

ປິດຮັບລົງທະບຽນ ONLINE ແລ້ວ

+ ວັນທີ 24 ສິງຫາ ເບິ່ງລາຍຊື່ເຂົ້າຫ້ອງສອບເສັງ

+ ວັນທີ 25 ສິງຫາ ແມ່ນມື້ສອບເສັງ

ຕາຕະລາງການສອບເສັງ

ການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນຢູ່ແຕ່ລະສາຂາວິຊາໃນມະຫາວິທະຍາໄລແຫ່ງຊາດໃນສົກສຶກສາ 2018-19 ຈະສອບເສັງໃນ ທີ 25 ສີງຫາ 2018 ຊຶ່ງຈະສອບເສັງໜຶ່ງມື້, ການສອບເສັງໄດ້ແບ່ງອອກເປັນ 3(A,B,C) ກຸ່ມຊຶ່ງແຕ່ລະກຸ່ມຈະສອບເສັງໃນຫົວບົດສອບເສັງຕ່າງກັນ
ສອບເສັງ 2 ຫົວບົດດັ່ງນີ້:
ຕອນເຊົ້າ ສອບເສັງຫົວບົດ ວິຊາຄະນິດສາດ A+ (ພາສາລາວ-ວັນນະຄະດີ) ຈໍານວນ 40 ຂໍ້, ​ເວລາ 120ນາທີ, ​ເລີ້ມ 09​:00ມ-11:00ມ ຕອນບ່າຍ ສອບເສັງຫົວບົດ (ວິຊາຟີຊິກສາດ+ເຄມີສາດ+ຊີວະ​ສາດ) ຈໍານວນ 40 ຂໍ້, ເວລາ 120ນາທີ, ​ເລີ້ມ 14​:00ມ-16:00​ມ
ສອບເສັງ 2 ຫົວບົດດັ່ງນີ້: ຕອນເຊົ້າ ສອບເສັງຫົວບົດ (ວິຊາພາສາລາວ+ວັນນະຄະດີ+ຄະນິດສາດ B) ຈໍານວນ 40 ຂໍ້, ເວລາ 120ນາທີ, ​ເລີ້ມ 09​:00ມ-11:00​ມ ຕອນບ່າຍ ສອບເສັງຫົວບົດ (ວິຊາພູມີສາດ+ປະຫວັດສາດ) ຈໍານວນ 40 ຂໍ້, ເວລາ 90ນາທີ, ​ເລີ້ມ 14​:00ມ-15:30​ມ
ສອບເສັງ 2 ຫົວບົດດັ່ງນີ້: ຕອນເຊົ້າ ສອບເສັງຫົວບົດ (ຄະນິດສາດ C+ເຄມີ​ສາດ+ຊີວະ​ສາດ) ຈໍານວນ 40 ຂໍ້, ເວລາ 120ນາທີ, ​ເລີ້ມ 09​:00ມ-11:00​ມ ຕອນບ່າຍ ສອບເສັງຫົວບົດ (ພູມີສາດ+ປະຫວັດ​ສາດ+(ພາສາລາວ-ວັນນະຄະດີ) ) ຈໍານວນ 40 ຂໍ້, ເວລາ 90ນາທີ, ​ເລີ້ມ 14​:00ມ-15:30ມ

ແນະນໍາຄະນະວິຊາ ແລະ ບັນດາຫຼັກສູດ

ສິ່ງແວດລ້ອມ

ມີຫຼັກສູດການຮຽນ-ການສອນ ລະດັບປະລິນຍາຕີ 4 ສາຂາ

ວິທະຍາສາດທຳມະຊາດ

ມີຫຼັກສູດການຮຽນ-ການສອນ ລະດັບປະລິນຍາຕີ 14 ສາຂາ

ວິສະວະກຳສາດ

ມີຫຼັກສູດລະດັບປະລິນຍາຕີ 14 ສາຂາ ແລະ ຕໍ່ເນື່ອງ ປະລິນຍາຕີ 08 ສາຂາ

ວິທະຍາສາດປ່າໄມ້

ມີຫຼັກສູດການຮຽນ-ການສອນ ລະດັບປະລິນຍາຕີ 5 ສາຂາ ແລະ ຕໍ່ເນື່ອງ ປະລິນຍາຕີ 1 ສາຂາ

ສະຖາປັດຕະຍະກຳສາດ

ມີຫຼັກສູດການຮຽນ-ການສອນ ລະດັບປະລິນຍາຕີ 5 ສາຂາ

ອັກສອນສາດ

ມີຫຼັກສູດການຮຽນ-ການສອນ ລະດັບປະລິນຍາຕີ 11 ສາຂາ ແລະ ຕໍ່ເນື່ອງ ປະລິນຍາຕີ 1 ສາຂາ

ສຶກສາສາດ

ມີຫຼັກສູດການຮຽນ-ການສອນ ລະດັບປະລິນຍາຕີ 12 ສາຂາ ແລະ ຕໍ່ເນື່ອງ ປະລິນຍາຕີ 4 ສາຂາ

ນິຕິສາດ-ລັດຖະສາດ

ມີຫຼັກສູດ ປະລິນຍາຕີ 5 ສາຂາ ແລະ ຕໍ່ເນື່ອງ ປະລິນຍາຕີ 4 ສາຂາ

ກະເສດສາດ

ມີຫຼັກສູດການຮຽນ-ການສອນ ລະດັບປະລິນຍາຕີ 6 ສາຂາ ແລະ ຕໍ່ເນື່ອງ ປະລິນຍາຕີ 2 ສາຂາ

ວິທະຍາສາດສັງຄົມ

ມີຫຼັກສູດການຮຽນ-ການສອນ ລະດັບປະລິນຍາຕີ 9 ສາຂາ ແລະ ຕໍ່ເນື່ອງ ປະລິນຍາຕີ 3 ສາຂາ

ຊັບພະຍາກອນນໍ້າ

ມີຫຼັກສູດການຮຽນ-ການສອນ ລະດັບປະລິນຍາຕີ 3 ສາຂາ ແລະ ຕໍ່ເນື່ອງ ປະລິນຍາຕີ 2 ສາຂາ

ວິທະຍາສາດ​ການ​ກີລາ ​ແລະ ກາ​ຍະ​ກໍາ

ມີຫຼັກສູດການຮຽນ-ການສອນ ລະດັບປະລິນຍາຕີ 5 ສາຂາ ແລະ ຕໍ່ເນື່ອງ ປະລິນຍາຕີ 1 ສາຂາ

ເສດຖະສາດ ແລະ ບໍລິຫານທຸລະກິດ

ມີຫຼັກສູດການຮຽນ-ການສອນ ລະດັບປະລິນຍາຕີ 10 ສາຂາ ແລະ ຕໍ່ເນື່ອງປະລິນຍາຕີ 05 ສາຂາ

ຜູ້ໃຫ້ການສະໜັບສະໜູນ

ບໍລິສັດສະກາຍ ໂທລະຄົມ